ບົດທີ 1 / 50
Drawdown ແມ່ນຫຍັງ? ຈະຟື້ນຕົວຈາກ Drawdown ໃດ້ແນວໃດ?
5 ນາທີLFT Team
1/50
Drawdown ຄືການຫຼຸດຂອງ Portfolio ຈາກ Peak ສູງສຸດ Drawdown 50% ໝາຍຄວາມວ່າຕ້ອງ +100% ຄືນທຶນ
Drawdown ແມ່ນຫຍັງ?
Drawdown ແມ່ນການຫຼຸດລົງຂອງມູນຄ່າພອດ (Portfolio)
ຈາກຈຸດສູງສຸດ (Peak) ລົງມາຫາຈຸດຕ່ຳສຸດໃນຊ່ວງເວລາໜຶ່ງ
ເປັນຕົວຊີ້ວັດສຳຄັນຂອງ “ຄວາມສຽງ” ໃນການເທຣດ
ຕົວຢ່າງເຂົ້າໃຈງ່າຍ
- ທຶນເລີ່ມ: 1,000$
- ກຳໄລຂຶ້ນໄປ: 2,000$ (Peak)
- ຫຼຸດລົງມາ: 1,000$
ນີ້ແມ່ນ Drawdown 50%
📌 ສິ່ງສຳຄັນ:
ຖ້າຂາດທຶນ 50%
= ຈຳເປັນຕ້ອງໄດ້ +100% ເພື່ອກັບຄືນທຶນ
Max Drawdown ທີ່ຍອມຮັບໄດ້
Professional Fund
- ສ່ວນໃຫຍ່ຈະຈຳກັດຢູ່ປະມານ ≤20%
- ເກີນນີ້ຖືວ່າ Risk ສູງ
Personal Account
- ແນະນຳບໍ່ເກີນ ≤30%
- ຖ້າເກີນ 30% 👉 ຄວນ “ຢຸດ” ແລະ ທົບທວນ Strategy ທັນທີ
ເປັນຫຍັງ Drawdown ຈຶ່ງສຳຄັນ?
- ຊ່ວຍໃຫ້ເຫັນຄວາມສຽງທີ່ແທ້ຈິງ
- ບອກວ່າ Strategy ຂອງເຮົາ Stable ຫຼື ບໍ່
- ປ້ອງກັນການ “ລ້າງພອດ” (Blow Account)
ວິທີຟື້ນຕົວຫຼັງ Drawdown
- ຫຼຸດ Lot Size
ເທຣດໃຫ້ນ້ອຍລົງ ເພື່ອລົດຄວາມສຽງ - ທົບທວນ Strategy
ເບິ່ງວ່າຜິດພາດຢູ່ຈຸດໃດ - ຫ້າມ Revenge Trade
ຢ່າເທຣດເພື່ອເອົາຄືນ ເພາະຈະເສຍໜັກກວ່າເກົ່າ - ເຮັດ Trading Journal
ບັນທຶກທຸກອໍເດີ້ ເພື່ອນຳໄປປັບປຸງ - ຮຽນຮູ້ຈາກການຂາດທຶນ
ທຸກ Loss ມີບົດຮຽນ ຖ້ານຳໄປໃຊ້ໃຫ້ຖືກ
ຫຼັກການປ້ອງກັນ Drawdown
- ບໍ່ Risk ເກີນ 1-2% ຕໍ່ອໍເດີ້
- ໃຊ້ Stop Loss ທຸກຄັ້ງ
- ບໍ່ Overtrade
- ເລືອກ Trade ເຉົ້າສະຖານະການທີ່ຊັດ
ສະຫຼຸບສັ້ນໆ
Drawdown = ການຫຼຸດຂອງທຶນ
ຄວບຄຸມໃຫ້ດີ = ຢູ່ລອດໃນຕະຫຼາດໄດ້ຍາວນານ
ຄຳເຫັນ (0)
👤
ກຳລັງໂຫຼດ...